Description
ໃນວັນທີ 7 ກໍລະກົດ 2022, ທ່ານ ຫງວຽນ ວັນ ກ໋ວາງ ກຳມະການສູນກາງພັກ, ເລຂາພັກນະຄອນດານັງ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໂຊນC - ສະຫວັນປາກ ແລະ ທ່າບົກແຂວງສະຫວັນນະເຂດ. ໃນການຢ້ຽມຢາມໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ນາງ ຫຼິງທອງ ແສງຕາເວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ພະນົມກອນ ດາຣາລັດສະໝີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ແລະ ທ່ານ ຊອງປີ…
Content
ໃນວັນທີ 7 ກໍລະກົດ 2022, ທ່ານ ຫງວຽນ ວັນ ກ໋ວາງ ກຳມະການສູນກາງພັກ, ເລຂາພັກນະຄອນດານັງ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໂຊນC - ສະຫວັນປາກ ແລະ ທ່າບົກແຂວງສະຫວັນນະເຂດ. ໃນການຢ້ຽມຢາມໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ນາງ ຫຼິງທອງ ແສງຕາເວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ພະນົມກອນ ດາຣາລັດສະໝີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ແລະ ທ່ານ ຊອງປີແອ ກຣີເຊວຊິກ ປະທານຝ່າຍບໍລິຫານ ບໍລິສັດ ສະຫວັນໂລຈິສຕິກສ໌. ໃນໂອກາດນີ້ ຄະນະຜູ້ແທນໄດ້ຮັບຟັງການບັນຍາຍສະພາບໂດຍລວມຂອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ແລະ ໃນອະນາຄົດຂ້າງໜ້າກໍຈະມີການຮ່ວມມືກັນທັງສອງຝ່າຍລະຫວ່າງທ່າບົກແຂວງສະຫວັນນະເຂດ ກັບ ທ່າເຮືອດານັງ.
On 7th July 2022, the visit of Mr. NGUYỄN VĂN QUÀNG The Governor of Da Nang, Vietnam and delegates to Savannakhet Special Economic Zone C - Savan Park and Savannakhet Dry Port. The honored to be joined by Mrs. Lingthong SENGTAVAN Vice Governor of Savannakhet, Mr. Phanomkone DARARASMY Chief Executive Director of Savannakhet Special Economic Zone and Mr. Jean Pierre GRZELCZYK Chief Executive Officer of Savan Logistics. On this occasion, the delegations listened to a briefing on the overall presentation of Savannakhet Special Economic Zone and savannakhet Dry Port is looking forward to cooperate with Da Nang Sea Port.
ຂ່າວທີ່ກ່ຽວຂ້ອງ
26 Sep 2026
ໃນວັນທີ 24 ກັນຍາ 2026, ທ່ານ ປອ ອາລຸນໄຊ ສູນນະລາດ ປະທານສະພາປະຊາຊົນແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິ…
23 Sep 2026
ໃນລະຫວ່າງວັນທີ 15-18 ພະຈິກ 2015
11 Aug 2026
ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ໃນ…