ກ່ຽວກັບ Savan Park
Savan Park ເປັນບໍລິສັດຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ແລະ ບໍລິສັດ Pacifica Streams Development Sdn Bhd ຈາກມາເລເຊຍ ໂດຍມີເປົ້າໝາຍຫຼັກ ຄື ພັດທະນາເຂດອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກເສລີແຫ່ງທຳອິດຂອງ ສປປ ລາວ. Savan Park ກໍ່ຕັ້ງໃນປີ 2008 ຄິດເປັນເວລາ 18 ປີມາແລ້ວ ແລະ ຍັງສືບຕໍ່ພັດທະນາ.
ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂອງເຂດເສດຖະກິດພິເສດສະຫວັນນະເຂດ
| ປີ | ນຳເຂົ້າ (USD) | ສົ່ງອອກ (USD) |
|---|---|---|
| 2022 | 200,783,102.63 | 207,145,947.38 |
| 2023 | 172,437,664.25 | 197,422,344.45 |
| 2024 | 247,768,156.45 | 286,306,843.21 |
| 2025 | 196,889,463.29 | 204,073,649.75 |
| 2026 (ເຖິງເດືອນ ສິງຫາ) | 155,106,453.14 | 181,118,796.66 |
ມູນຄ່າສິນຄ້າຜ່ານແດນ ທ່າບົກສະຫວັນນະເຂດ
| ປີ | ມູນຄ່າ (USD) |
|---|---|
| 2022 | 5,929,965,550 |
| 2023 | 6,935,955,578 |
| 2024 | 7,038,576,720 |
| 2025 | 9,698,293,601 |
| 2026 (ເຖິງເດືອນ ສິງຫາ) | 9,183,001,228 |
Our Missions
The commitments that guide how we work with every investor.
-
G — ຄູ່ຮ່ວມມືລະຫວ່າງລັດຖະບານ ແລະ ນັກລົງທຶນ
ພວກເຮົາເປັນຂົວຕໍ່ລະຫວ່າງລັດຖະບານ ແລະ ນັກລົງທຶນ, ອຳນວຍຄວາມສະດວກດ້ານການສື່ສານ, ການປະສານງານ ແລະ ການຮ່ວມມື.
-
R — ໂຄງລ່າງພື້ນຖານທີ່ໜ້າເຊື່ອຖື
ພວກເຮົາພັດທະນາ ແລະ ສະໜອງໂຄງລ່າງພື້ນຖານທີ່ໜ້າເຊື່ອຖື, ສິ່ງອຳນວຍຄວາມສະດວກດ້ານການຄ້າ ແລະ ອາຄານອຸດສາຫະກຳ ເພື່ອສະໜັບສະໜູນການດຳເນີນທຸລະກິດ.
-
O — ບໍລິການແບບປະຕູດຽວ
ພວກເຮົາໃຫ້ບໍລິການແບບປະຕູດຽວທີ່ສະດວກ ເພື່ອຊ່ວຍນັກລົງທຶນດ້ານຂັ້ນຕອນການລົງທຶນ, ໃບອະນຸຍາດຕ່າງໆ ແລະ ຂໍ້ກຳນົດອື່ນໆທີ່ກ່ຽວຂ້ອງກັບພາກລັດ.
-
W — ຍິນດີຕ້ອນຮັບການລົງທຶນ
ພວກເຮົາອຳນວຍຄວາມສະດວກ, ຕິດຕາມ ແລະ ຊຸກຍູ້ຄຳຮ້ອງຂໍລົງທຶນ ພ້ອມທັງໃຫ້ຄຳແນະນຳຕະຫຼອດຂະບວນການລົງທຶນ.
-
T — ການຄ້າ ແລະ ໂລຈິສຕິກສ໌
ພວກເຮົາເປີດໂອກາດເຂົ້າເຖິງສູນກາງໂລຈິສຕິກສ໌ຍຸດທະສາດ ລວມທັງທ່າບົກພາຍໃນ Savan Park ເພື່ອສະໜັບສະໜູນການນຳເຂົ້າ, ສົ່ງອອກ ແລະ ການເຄລຍພາສີ.
-
H — ຊ່ວຍໃຫ້ນັກລົງທຶນປະສົບຜົນສຳເລັດ
ພວກເຮົາສ້າງສະພາບແວດລ້ອມທີ່ປອດໄພ, ໝັ້ນຄົງ ແລະ ເອື້ອອຳນວຍຕໍ່ນັກລົງທຶນ ພ້ອມທັງສະໜັບສະໜູນໃຫ້ນັກລົງທຶນໄດ້ຮັບຜົນປະໂຫຍດສູງສຸດຈາກການລົງທຶນ ພາຍໃຕ້ກອບຂອງເຂດເສດຖະກິດພິເສດ.
ພ້ອມລົງທຶນຢູ່ Savan Park ແລ້ວບໍ?
ຕິດຕໍ່ທີມງານຂອງພວກເຮົາເພື່ອຮັບຄຳປຶກສາ ແລະ ຂໍ້ມູນສິດທິປະໂຫຍດການລົງທຶນ ໂດຍບໍ່ເສຍຄ່າ.
ຕິດຕໍ່ພວກເຮົາ →