ໜ້າຫຼັກ / ຂ່າວສານ / ກິດຈະກຳ
ກິດຈະກຳ 13 May 2023 · ອ່ານ 1 ນາທີ

ໃນວັນທີ 11 ພຶດສາພາ 2023, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິດພິເສດ…

Description

ໃນວັນທີ 11 ພຶດສາພາ 2023, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໂຊນ C - ສະຫວັນປາກ ແລະ ທ່າບົກແຂວງສະຫວັນນະເຂດ ເນື່ອງໃນວາລະດຳລົງຕຳແໜ່ງເປັນເຈົ້າແຂວງ ແຂວງສະຫວັນນະເຂດຄົນໃໝ່ ເພື່ອເປັນການຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດວຽກງານການລົງທຶນຢູ່ໃນເຂດເສດຖະກິດພິເສດ, ໃນໂອກາດນີ້ກໍຍັງໄດ້ຢ້ຽມຢາມບັນດາໂຮງງານທີ່ລົງທຶນຢູ່ໃນໂ…

Content

ໃນວັນທີ 11 ພຶດສາພາ 2023, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໂຊນ C - ສະຫວັນປາກ ແລະ ທ່າບົກແຂວງສະຫວັນນະເຂດ ເນື່ອງໃນວາລະດຳລົງຕຳແໜ່ງເປັນເຈົ້າແຂວງ ແຂວງສະຫວັນນະເຂດຄົນໃໝ່ ເພື່ອເປັນການຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດວຽກງານການລົງທຶນຢູ່ໃນເຂດເສດຖະກິດພິເສດ, ໃນໂອກາດນີ້ກໍຍັງໄດ້ຢ້ຽມຢາມບັນດາໂຮງງານທີ່ລົງທຶນຢູ່ໃນໂຊນ C - ສະຫວັນປາກ. ໃນການຢ້ຽມຢາມຄັ້ງນີ້ເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ພະນົມກອນ ດາຣາລັດສະໝີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ, ທ່ານ ຕີຊີເຊັງ ຜູ້ອຳນວຍການບໍລິສັດ ສະຫວັນປາກ, ທ່ານ ຊອງປີແອ ກຣີເຊວຊິກ ປະທານຝ່າຍບໍລິຫານ ບໍລິສັດ ສະຫວັນໂລຈິສຕິກສ໌ ພ້ອມທັງເປັນຜູ້ພັດທະນາທ່າບົກແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. On 11th May 2023, the visit of Mr. Bounchom UBONPASEUTH the Gorvernor of Savannakhet Province and delegates to Savannakhet Special Economic Zone C - Savan Park and Savannakhet Dry Port on the occasion of being the new governor of Savannakhet province and to follow the implementation of investment promotion work at Special Economic Zone and also visit manufacture companies in zone C. The delegates was welcomed by Mr. Phanomkone DARARASMY Chief Executive Director of Savannakhet Special Economic Zone, Mr. Tee Chee Seng General Manager of Savan Park, Mr. Jean Pierre GRZELCZYK Chief Executive Officer of Savan Logistics and founder of Savannakhet Dry Port.