ໜ້າຫຼັກ / ຂ່າວສານ / ກິດຈະກຳ
ກິດຈະກຳ 30 Jul 2021 · ອ່ານ 1 ນາທີ

ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2021 ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄ…

Description

ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2021 ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢຽມຢາມ ແລະ ຊີ້ນຳວຽກງານການແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງສະຫວັນນະເຂດ. ຕ້ອນຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພະແນກການອ້ອມຂ້າງ ແລະ ທ່ານ Tee Chee Seng ຜູ້ອຳນວຍການບໍລິສັດ ສະຫວັນປາກ. ໃນໂອກາດນີ້ ທ່ານນາຍົ…

Content

ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2021 ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢຽມຢາມ ແລະ ຊີ້ນຳວຽກງານການແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງສະຫວັນນະເຂດ. ຕ້ອນຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພະແນກການອ້ອມຂ້າງ ແລະ ທ່ານ Tee Chee Seng ຜູ້ອຳນວຍການບໍລິສັດ ສະຫວັນປາກ. ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການແຜ່ລະບາດ ແລະ ການປິ່ນປົວພະຍາດໂຄວິດ-19, ຫຼັງຈາກນັ້ນ ກໍໄດ້ລົງຢ້ຽມຢາມ ໂຮງໝໍພາກສະໜາມ ຫຼັກ9 ຢູ່ບ້ານໜອງຜື, ສູນກັກກັນແຮງງານລາວ ຢູ່ບ້ານໂນນສາຫວາດ ແລະ ຍັງໄດ້ສຶກສາອົບຮົມແນວຄິດໃຫ້ແກ່ແຮງງານດັ່ງກ່າວ. ດັ່ງນັ້ນ ທາງບໍລິສັດ ສະຫວັນປາກ ແລະ ບໍລິສັດ ສະຫວັນໂລຈິສຕິກສ໌ ໄດ້ໃຫ້ການຊ່ວຍເຫຼືອຫ້ອງນ້ຳຢູ່ໂຮງໝໍພາກສະໜາມ ແລະ ສູນກັກກັນ ຈຳນວນ 20 ຫ້ອງ ແລະ ໃນໄວໆນີ້ ທາງບໍລິສັດ ສະຫວັນປາກ ຮ່ວມກັບ ການນຳຂັ້ນແຂວງ ໄດ້ເລັ່ງສ້າງສູນກັກກັນເພີ່ມອີກ ເພື່ອຮອງຮັບແຮງງານລາວທີ່ກັບຈາກປະເທດເພື່ອນບ້ານທີ່ນັບມື້ນັບເພີ່ມຂຶ້ນສູງ. On 29th July 2021 H.E Mr. Phankham VIPHAVANH Prime Minister of Lao PDR and delegates have visited on Covid-19 Prevention and Control at Savannakhet Province. Welcomed by Mr. Santipharb PHOMVIHANE Governor of Savannakhet, surrounding department and Mr. Tee Chee Seng General Manager of Savan Park. On this occasion , the Prime Minister also listened to the report on the condition of Covid-19 Pandemic and how to treat Covid-19 patients. After that visited field hospital for Covid-19 at Km9 Nongpheu village, quarantine for Lao worker at Nonsavard village and give some guidance to them, so that Savan Park and Savan Logistics donated toilet 20 rooms used for field hospital and quarantine. Coming soon Savan Park cooperate with government to the establishment of more quarantine to prepare Lao worker return from neighboring countries to increase steadily.