Description
ໃນຄັ້ງວັນທີ 27 ພຶດສະພາ 2025, ບໍລິສັດ ສະຫວັນປາຊີຟິກກາ ດີວີລົບເມັນ ຈຳກັດ ພ້ອມດ້ວຍ ສະພາທຸລະກິດມາເລເຊຍ ປະຈຳ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມ ກອງປະຊຸມທຸລະກິດ ພົບປະລະດັບສູງ ລາວ-ມາເລເຊຍ ທີ່ ກົວລາລຳເປີ ປະເທດ ມາເລເຊຍ. ໃຫ້ກຽດກ່າວມີຄຳເຫັນໂດຍ ພະນະ ທ່ານ ສອນໄຊ ສິພັນດອນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ Mac Ngan Boon ປະທານ ສະຫະພັນ ອຸດສາ…
Content
ໃນຄັ້ງວັນທີ 27 ພຶດສະພາ 2025, ບໍລິສັດ ສະຫວັນປາຊີຟິກກາ ດີວີລົບເມັນ ຈຳກັດ ພ້ອມດ້ວຍ ສະພາທຸລະກິດມາເລເຊຍ ປະຈຳ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມ ກອງປະຊຸມທຸລະກິດ ພົບປະລະດັບສູງ ລາວ-ມາເລເຊຍ ທີ່ ກົວລາລຳເປີ ປະເທດ ມາເລເຊຍ.
ໃຫ້ກຽດກ່າວມີຄຳເຫັນໂດຍ ພະນະ ທ່ານ ສອນໄຊ ສິພັນດອນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ Mac Ngan Boon ປະທານ ສະຫະພັນ ອຸດສາຫະກຳກົນຈັກ ແລະ ວິສະວະກຳ ມາເລເຊຍ.
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັດແໜ້ນສາຍພົວພັນທາງດ້ານການຄ້າ ແລະ ດຶງດູດການລົງທຶນ ລະຫວ່າງສອງປະເທດ. ນອກນັ້ນ ຍັງເປີດໂອກາດໃຫ້ນັກທຸລະກິດຈາກທັງສອງປະເທດ ໄດ້ມີໂອກາດພົບປະໂອ້ລົມ ແລະ ແລກປ່ຽນກັນ ໃນເລື່ອງການຄ້າ ແລະ ການລົງທຶນ ແລະ ຍັງເປັນເວທີໃຫ້ນັກລົງທຶນຈາກຕ່າງປະເທດໄດ້ຮູ້ກ່ຽວກັບນະໂຍບາຍການລົງທຶນຢູ່ໃນ ສປປ ລາວ.
On 27th May 2025, Savan Pacifica Development Co., Ltd together with Malaysia Business Chamber Lao PDR, Lao National Chamber of Commerce and Industry and other relevant parties attended High-Level Lao-Malaysia Business Forum & Networking Dinner at Kuala Lumpur, Malaysia.
Honored to have a speech by H.E Mr. Sonexay SIPHANDONE Prime Minister of Lao PDR and Mr. Mac Ngan Boon President of Machinery & Engineering Industries Federation Malaysia.
The main objective of this meeting is to strengthen trade relations and attracting investment between the two countries. In addition, it provides opportunities for investors from both countries to discuss and exchange information. The event also serves as a platform for foreign investors to learn more about investment policies in Laos.
ຂ່າວທີ່ກ່ຽວຂ້ອງ
26 Sep 2026
ໃນວັນທີ 24 ກັນຍາ 2026, ທ່ານ ປອ ອາລຸນໄຊ ສູນນະລາດ ປະທານສະພາປະຊາຊົນແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິ…
23 Sep 2026
ໃນລະຫວ່າງວັນທີ 15-18 ພະຈິກ 2015
11 Aug 2026
ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ໃນ…